ຜົນປະໂຫຍດຂອງການເຂົ້າຮ່ວມ PitchNet!

ການຂະຫຍາຍທຸລະກິດໄປທົ່ວໂລກ

ການຂະຫຍາຍຕົວໄປສຸູ່ຕະຫຼາດໂລກຈະຕ້ອງໃຊ້ທຶນຫູາຍ.

ແຕ່ຫາກວ່າທ່ານເຂົ້າຮ່ວມກັບ PitchNet, ທ່ານຈະສາມາດເຂົ້າເຖິງໂຄງການທີ່ເຂົ້າມາຫາເຮົາກ່ອນໝູ່.
ໃຫ້ PitchNet ເປັນຜູ້ຈັດການວຽກໃນຕະຫຼາດສາກົນຂອງທ່ານ

ບໍ່ມີຄ່າທຳນຽມປະຈຳປີ

ໂດຍທົ່ວໄປແລ້ວບໍລິການເຂົ້າເປັນຜູ້ຮ່ວມຈະມີຄ່າທຳນຽມປະຈຳປີສູງ.

ແຕ່ວ່າການເຂົ້າຮ່ວມ PitchNet ແມ່ນບໍ່ເສຍຄ່າ, ສະໝັກເຂົ້າຮ່ວມເລີຍເພື່ອຂະຫຍາຍທຸລະກິດຂອງທ່ານດ້ວຍ PitchNet.

ຄ່າທຳນຽມນາຍໜ້າພຽງ 5%

ເມື່ອການເຮັດສັນຍາກັບນາຍຈ້າງສຳເລັດແລ້ວ. ເຮົາຈະເກັບຄ່າທຳນຽມ 5% ຂອງໂຄງການ

ທ່ານສາມາດຫາຜົນກຳໄລທີ່ສູງສຸດໄດ້່ດ້ວຍຄ່າທຳນຽມນາຍໜ້າທີ່ຕ່ຳທີ່ສຸດໄດ້ຜ່ານ PitchNet.

ການສະໝັກເປັນລູກຈ້າງ

ມີແຕ່ອົງກອນເທົ່ານັ້ນທີ່ສາມາດເຂົ້າເປັນຜູ້ຮ່ວມໄດ້.

Upload Icon .zip,.jpg,.jpeg,.png,.gif,.pdf, ສູງສຸດ:3MB

ຜູ້ຮ່ວມ FAQ

ພວກເຮົາໄດ້ລວບລວມຄຳຖາມທີ່ພົບເຫັນປະຈຳກ່ຽວກັບການເປັນຜູ້ຮ່ວມໄດ້ໃນບ່ອນດຽວ

ຫຼັງຈາກສົ່ງແບບຟອມສະໝັກແລ້ວ ຂັ້ນຕອນຕໍ່ໄປແມ່ນຫຍັງ?
PitchNet ຈະກວດສອບຟອມສະໝັກຫຼັງຈາກໄດ້ຮັບ.

ໃນລະຫວ່າງນີ້, ເຮົາຈະທຳການພິສູດວ່າອົງກອນນັ້ນບໍ່ໄດ້ມີບັນຫາທາງກົດໝາຍ, ແລະຫາກທຸກຢ່າງໄປໄດ້ດ້ວຍດີ ເຮົາຈະສົ່ງອີເມວຢືນຢັນໄປຫາລູກຈ້າງ.
ຫຼັງຈາກໄດ້ຮັບການຢືນຢັນແລ້ວ, ກະລຸນາປ້ອນໄອດີຂອງອົງກອນໃນ PitchNet, ແລ້ວພວກເຮົາຈະເພີ່ມ ‘ເຄື່ອງໝາຍສູງສຸດ’ ໃຫ້.
ຫຼັງຈາກກາຍເປັນຜູ້ຮ່ວມແລ້ວ ພວກເຮົາຈະໄດ້ຮັບຮູ້ກ່ຽວກັບໂຄງການແນວໃດ?
PitchNet ໃຫ້ບໍລິການທີ່ມີຊື່ວ່າ ‘ຄຳຂໍທີມພັດທະນາ’.
ບໍລິການນີ້ມີໄວ້ສຳລັບນາຍຈ້າງທີ່ຢາກຕິດຕໍ່ກັບອົງກອນຫຼາຍກວ່າຟຣີແລນເຊີ.

ດ້ວຍບໍລິການນີ້. PitchNet ຈະບໍ່ໂພສຄຳຂໍຂອງໂຄງການລົງເວັບໄຊ້ ພວກເຮົາຈະຫາອົງກອນຮ່ວມທີ່ເໝາະສົມແລະສົ່ງລາຍລະອຽດໃຫ້ທາງອີເມວແທນ.
ຖ້າຫາກວ່າອົງກອນຮ່ວມສົນໃຈທີ່ຈະໄປຕໍ່ກັບສັນຍາ ເຮົາຈະທຳການຈັດການສົນທະນາຂຶ້ນ.
ຈະເກັບຄ່າທຳນຽມນາຍໜ້າຕອນໃດຫຼັງຈາກສັນຍາສຳເລັດແລ້ວ?
ເມຶື່ອອົງກອນຮ່ວມໄດ້ຮັບຄ່າຕອບແທນຈາກນາຍຈ້າງແລ້ວ, PitchNet ຈະສົ່ງອີເມວຄ່ານາຍໜ້າໃຫ້.
ບໍລິສັດຮ່ວມຈຶ່ງສາມາດຈ່າຍຄ່ານາຍໜ້າຜ່ານລິ້ງທີ່ສົ່ງໄປໃຫ້ໃນອີເມວ.
ນາຍຈ້າງໄດ້ຂໍໃຫ້ເຮັດສັນຍາໂດຍກົງ 1 ຕໍ່ 1 ນອກເໜືອ PitchNet, ຂ້ອຍຄວນດຳເນີນການຕໍ່ຫຼຶບໍ່?
ຖ້າຫາກວ່າອົງກອນຮ່ວມລະເມີດນະໂຍບາຍການໃຫ້ບໍລິການ, ອົງກອນຈະຖືກຈຳກັດການເຂົ້າເຖິງບໍລິການຂອງ PitchNet ທັງໝົດ.
ນອກຈາກນັ້ນ, ອີງຕາມສັນຍາຮ່ວມລະຫວ່າງ PitchNet ແລະ ອົງກອນຮ່ວມ. ຈະໄດ້ທົດແທນຄ່າເສຍຫາຍ 15% ຂອງງົບໂຄງການ.
ໂຄງການໄດ້ຖືກຍົກເລີກລະຫວ່າງການພັດທະນາເນື່ອງຈາກສະຖານະການສ່ວນໂຕຂອງນາຍຈ້າງ. ໃນກໍລະນີນີ້ຄ່າທຳນຽມຈະເປັນແນວໃດ?
ພວກເຮົາຈະຊົດໃຊ້ຈຳນວນເງິນທີ່ທ່ານໄດ້ຮັບ, ຍົກເວັ້ນ 5%.